ຄິດເຖິງທຸກຄືນ
4 ຄວາມຮັກ 4 ຄວາມຜູກພັນ ທີ່ບັງເອີນ ເກີດຂຶ້ນພ້ອມໆກັນໃນໄລຍະ 3 ວັນກ່ອນງານ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທີ່ນະຄອນຫຼວງວຽງຈັນ.
ຄວາມຮັກເກົ່າ ທີ່ບໍ່ກ້າຍອມຮັບ ສະໄໜເປັນນັກຮຽນ ລະຫວ່າງ ອອນ ແລະ ໄຊ ຫວນກັບຄືນມາອີກເມື່ອ ອອນໄດ້ຮັບບັດເຊີນໄປຮ່ວມງານລ້ຽງເພື່ອນເກົ່າ ແຕ່ກໍຕ້ອງເຈັບໃນໃຈເລິກໆ ເມື່ອພົບວ່າ ໄຊ ເຂົ້າມາຢາຍບັດເຊີນງານດອງ.
ເບີດ ໜຸ່ມນັກທ່ອງທ່ຽວຈາກປະເທດໄທ ເຄີຍໄດ້ສາບານກັບຝົນດາວຕົກເມື່ອຄັ້ງທີ່ມາວຽງຈັນໃນປີກ່ອນວ່າ ຂໍໃຫ້ໄດ້ກັບມາອີກຈັກຄັ້ງໜຶ່ງ ໂດຍຫວັງວ່າຄັ້ງນີ້ ຈະຕັດສິນໃຈບອກຮັກກັບ ນົກ ສາວນ້ອຍທີ່ເປັນເພື່ອນເກົ່າ, ແຕ່ແລ້ວ ເບີດກໍຕ້ອງພົບກັບແຜນການອັນແນບນຽນ ເພື່ອທົດລອງໃຈຈາກຍິງສາວ.
ຈາກບົດຝຶກຫັດຂຽນຈົດໝາຍ ຈົນກາຍເປັນຈົດໝາຍທີ່ຕິດຕໍ່ ສົນທະນາກັນ ຕະຫຼອດໄລຍະ 7 ປີ ໂດຍທີ່ ທັງ ສິດ ໜຸ່ມນ້ອຍຈາກຫຼວງພະບາງ ແລະ ນ້ຳ ສາວວຽງຈັນ ບໍ່ເຄີຍພົບໜ້າຕາກັນເລີຍ ເມື່ອມີໂອກາດ ທັງສອງຈຶ່ງນັດພົບກັນທີ່ວຽງຈັນ, ແຕ່ຄວາມຮູ້ສຶກເລິກໆຂອງທັງສອງທີ່ຢາກຈະບອກໃຫ້ກັນຮູ້ ກໍມີບັນຫາ ເມື່ອມີຄົນທີ 3 ແລະ 4 ປະກົດຕົວຂຶ້ນ.
ການມາວຽງຈັນຄັ້ງທຳອິດຂອງ ພົງ ຊ່າງພາບວາລະສານຈາກປະເທດໄທ ນອກຈາກຈະເຮັດໃຫ້ສິດຕື່ນຕາຕື່ນໃຈກັບຄວາມທີແຕກຕ່າງແລ້ວ ເຂົາຍັງບັງເອີນພົບຍິງສາວລາວຄົນໜຶ່ງ ໂດຍສວນທາງກັນໄປມາຫຼາຍຄັ້ງ ເໝືອນດັ່ງຟ້າເຈດຕະນາພຽງແຕ່ໃຫ້ໄດ້ທັງ ສອງພົບກັນແບບຫ່າງໆເທົ່ານັ້ນ.
By: Lao Art Media
Tel: 021 251 081; 020 5566 8773
E-Mail: media.laoart@gmail.com
~~~~~~~~~~~~~Follow us~~~~~~~~~~~~~~
Facebook: goo.gl/ualwKq
KZitem: goo.gl/gGqP3B
Instagram: / laoartmedia
Негізгі бет Always On My Mind - ຄິດເຖິງທຸກຄືນ (Official Trailer)
Пікірлер: 3