MJT ກັບໃຈ กลับใจ
Lyric: MJT
Artists: MJT
Beat: SONEKHAM
MV & record : SEPON music
ເນື້ອງເພງ:
ຕື່ນເຊົ້າຂື້ນມາມ້ຽນບ່ອນນອນແລ້ວໄປລ້າງໜ້າ
ເຮັດວຽກເຮືອນຮຽບຮ້ອຍແລ້ວກະຍັງພໍມີເວລາ
ຮັບແສງແດດໃນຍາມເຊົ້າຄືທຸກໆມື້ທີ່ເຄີຍເຮັດມາ
ເຖິງເວລາໄປຮ່ຳຮຽນຫາຄວາມຮູ້ແລະປັນຍາ
ແຕ່ຂໍໂທດທີ່ບໍ່ໄດ້ເປັນຄົນດິແບບທີ່ສັງຄົມຄາດຫວັງ
ແຕ່ລະມື້ໄປໂຮງຮຽນບາງທີກະນອນບາງທີກະນັ່ງ
ເວລາຈານເວົ້າກະລົມກັບໝູ່ຈົນບໍ່ໄດ້ຕັ້ງໃຈຟັງ
ດື້ດ້ານບົນແຊວລົມກັນສຽງດັງຈົນໝູ່ຊັງ
ແຕ່ລະດັບມຳມີ້ບໍ່ເຄີຍຄິດຈະສົນໃຜ
ບໍ່ເຄີຍສົນຄົນແນມມີແຕ່ຮຳເພງໄປຕາມສະໄຕລ໌
ສອບເສັງປະຈຳເດືອນຂ້ອຍກະໄດ້ທີສິບປາຍ
ເຖິງຈະຮຽນບໍ່ຄ່ອຍເກັ່ງແຕ່ວ່າໂຕຂ້ອຍກະບໍ່ເຄີຍອາຍ
ອາດຈະບໍ່ຄ່ອຍໄດ້ເລື່ອງ ແລະບາງທີກະສ້າງປັນຫາ
ກັບເຮືອນເດິກເດິກດື່ນດື່ນ ກະຖືກແມ່ດ່າຈົນຫູຊາ
ເຮັດໂຕເສເພຈົນວ່າໄທບ້ານເພິ່ນນິນທາ
ຈົນມາຮອດຈຸດນີ້ຂ້ອຍເອງກໍເລີ່ມຄິດແລ້ວລະວ່າ
ສິ່ງທີ່ຂ້ອຍເຮັດມັນດີຫຼືຍັງ
ສິ່ງທີ່ຂ້ອຍເຮັດມັນໜ້າຜິດຫວັງ
ທັງທີ່ຄອບຄົວທຸ້ມເທໃຫ້ທຸກຢ່າງ
ວັນນີ້ຂ້ອຍແນມເຫັນແສງສະຫວ່າງ
ຄິດວ່າຟ້າຄົງເປີດທາງ
ເພິ່ນຄົງຈະຫວັງໃຫ້ຂ້ອຍກັບຕົວແລະກັບໃຈ
ພະຍາຍາມຈະປັບໂຕໃຫ້ເປັນຄົນດີຂອງສັງຄົມ
ແຕ່ດ້ວຍຄຳວ່າມົນທິນຈະເຮັດຈັ່ງໃດກະໜີບໍ່ມົ້ມ
ນັ່ງເຫງົາຢູ່ມຸມຫ້ອງເພາະວ່າຄວາມເສົ້າມາທັບຖົມ
ແລ້ວຈະຍັງມີໃຜຈັບມືຂ້ອຍດຶງຂື້ນໃນມື້ທີ່ຂ້ອຍລົ້ມ
ສົມເພດເຈົ້າຂອງທີ່ຫາຍໃຈຖີ້ມໄປວັນໆ
ທີ່ຜ່ານມາເຮັດໂຕບໍ່ດີເຮັດຄອບຄົວຕ້ອງຜິດຫວັງ
ບໍ່ອາດຈະຍ້ອນເວລາກັບໄປແກ້ໄຂຄວາມຫຼັງ
ແລະຮູ້ດີວ່າຕອນນີ້ຂ້ອຍຄວນຈະຢູ່ກັບປັດຈຸບັນ
ແລະບໍ່ຕ້ອງຕ້ອງເວົ້າເລື່ອງແຟນເພາະຍັງບໍ່ຢາກມີໃຜ
ຮັກທີ່ຜ່ານມາກະທຸ້ມເທແຕ່ເຂົາກະເຮັດໃຫ້ເສຍໃຈ
ນັບຈາກມື້ນີ້ແລະກະບໍ່ຮູ້ວ່າຈະເປີດໃຈໄດ້ອີກມື້ໃດ
ການທີ່ຈະມີຄວາມຮັກອີກຄັ້ງມັນຄົງເປັນເລື່ອງທີ່ຍາກຫຼາຍ
ຝືນຍີ້ມບາງໆໃຫ້ກັບທຸກຢ່າງໃນຕອນນິ້
ພາວະນາໃຫ້ມັນເປັນຄວາມຝັນບອກກັບໂຕເອງວ່າ don't worry
ຕັ້ງໜ້າຕັ້ງຕາເຮັດຕາມຄວາມຝັນໃຫ້ເຕັມທີ່
ເອົາສຽງເພງບັນເລງຫົວໃຈຜັກດັນໂຕເອງໄປໃຫ້ໄກກວ່ານີ້
ຄົນທີ່ສຳຄັນຍັງລໍຂ້ອຍຢູ່
I hear them say we miss you
ສິ່ງທີ່ຂ້ອຍຮູ້ວັນນີ້ຕອນນີ້ຕ້ອງດີທີ່ສຸດ
ທີ່ຜ່ານມາຫວັງວ່າມັນຈະຜ່ານໄປ
ຈາກນີ້ຄົງສວຍງາມເໝືອນດອກໄມ້
ກັບຕົວກັບໃຈສາເທາະຄົນດີ
ແລະຄົນທີ່ສຳຄັນຍັງລໍຂ້ອຍຢູ່
I hear them say we miss you
ສິ່ງທີ່ຂ້ອຍຮູ້ວັນນີ້ຕອນນີ້ຕ້ອງດີທີ່ສຸດ
ວັນນີ້ຂ້ອຍແນມເຫັນແສງສະຫວ່າງ
ຄິດວ່າຟ້າຄົງເປີດທາງ
ເພິ່ນຄົງຈະຫວັງໃຫ້ຂ້ອຍກັບຕົວແລະກັບໃຈ.♡
Негізгі бет ກັບໃຈ กลับใจ - MJT [official MV] 4K
Пікірлер: 160