#vientiane #lycée #ມສວຽງຈັນ #laos #lao #vientianelaos #schoollaos
ປະຫວັດຫຍໍ້ຄວາມເປັນມາຂອງ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ.
ມັດທະຍົມສຶກສາສົມບູນວຽງຈັນ ຫລື ມ.ສ ວຽງຈັນ ແມ່ນໂຮງຮຽນມັດທະຍົມເກົ່າທີ່ສຸດໃນ ເມືອງວຽງຈັນ, ຖືກສ້າງສ້າງເມື່ອ ປີ ຄສ 1925 ເປັນໂຮງຮຽນທີເກົ່າແກ່ ແລະໃຫຍ່ທີສຸດ ທີມີເນື້ອທີ່ກາງໃຈເມືອງ ມີຈຳນວນຄູອາຈານແລະນັກຮຽນຫລາຍສຸດ ຂອງນະຄອນຫລວງວຽງຈັນທີເປີດໃຫ້ມີການ ສິດສອນແລະຮ່ຳຮຽນ ແຕ່ຊັ້ນມັດທະຍົມສຶກສາ ຕັ້ງແຕ່ຊັ້ນ ມ.1 ເຖິງ ມ.7
ເຊິ່ງໂຮງຮຽນແຫ່ງນີ້ເມື່ອກ່ອນນັ້ນ ແມ່ນມີການພັດທະນາແລະປ່ຽນຊື່ຈົນມາຮອດປັດຈຸບັນນີ້ ດັ່ງນີ້ :
໑. ສະໄຫມສະໄຫມເມື່ອກ່ອນນັ້ນແມ່ນມີຊື່ວ່າ : ວິທະຍາໄລປາວີ (ໂຮງຮຽນຄຸນພໍ່) ( Collège Pavie, ເປີດສອນແລະຮຽນ ເມື່ອປີ ຄສ 1925~1955 ).
໒. ສະໄຫມເມື່ອກ່ອນນັ້ນມີຊື່ວ່າ : ວິທະຍາໄລວຽງຈັນ ( ລີເຊວຽງຈັນ ) (Lycée de Vientiane, ເປີດສອນແລະຮ່ຳຮຽນ ເມື່ອປີ ຄສ 1955~1975 ).
໓. ສະໄຫມກ່ອນນັ້ນແມ່ນມີຊື່ວ່າ : ອຸດົມວຽງຈັນ 1976~1996 ( ສອນອຸດົມ 1 ເຖິງ ອຸດົມ 3 )
໔. ໃນຍຸກປັດຈຸບັນນີ້ແມ່ນເລີ່ມຕົ້ນມາແຕ່ປີ ຄສ 1997 ຈົນຮອດປັດຈຸບັນ ແມ່ນມີຊື່ວ່າ : ມັດທະຍົມສຶກສາສົມບູນວຽງຈັນ, ສິດສອນ ແລະ ຮຽນຕັ້ງແຕ່ ມັດທະຍົມ 1 ເຖິງ ມັດທະຍົມ 7 ).
( ຕຶກອາຄານດ້ານຫນ້າ ( ເສົາຫລັກທຸງ )ທີ່ເຫັນໃນປັດຈຸບັນນີ້ ແມ່ນສ້າງຂຶ້ນເມື່ອປີ ຄສ 1957
CR ຂໍ້ມູນປະຫັວດ : Art and Culture of Laos
Негізгі бет Laos : ໂຮງຮຽນອຸດົມວຽງຈັນ(ລີເຊ) ໃນປັດຈຸບັນ | Lycée De Vientiane 2023
Пікірлер: 73