ການຕົບພະຊາຍ ເປັນໜຶ່ງໃນກິດຈະກຳຂອງບຸນປີໃໝ່ລາວ ທີ່ພໍ່ແມ່ປະຊາຊົນ ໄດ້ພາກັນຕົບພະຊາຍ ຢູ່ຕາມວັດຕ່າງໆ ເຊິ່ງສະໄໝບູຮານມີຄວາມເຊື້ອກັນວ່າ: ຕະຫລອດໄລຍະໜຶ່ງປີທີ່ພ່ໍແມ່ປະຊາຊົນເຂົ້າມາວັດຈະມີດິນຊາຍຕິດຕີນ ຫລື ເກີບ ອອກໄປນຳຖືວ່າເປັນການສ້າງບາບໂດຍບ່ໍຮູ້ໂຕ.
ດັ່ງນັ້ນ, ເມື່ອຮອດບຸນປີໃໝ່ ຈຶ່ງສົມຄວນແກ່ການເຮັດບຸນໂດຍຂົ່ນຊາຍມາໄວ້ໃນວັດ ເມື່ອຂົ່ນຊາຍມາແລ້ວ ກໍພາກັນກໍ່ຊາຍເປັນທາດ, ເປັນເຈດີ ຫລື ເອີ້ນອີກຊື່ໜຶ່ງວ່າ ຕົບພະຊາຍ ແລະ ອີກໜຶ່ງຄວາມໝາຍທີ່ສຳຄັນຂອງການຕົບພະຊາຍ ກໍຄື ການສ້າງຄວາມຮັກ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ເຮັດເປັນກອງຊາຍຂອງບ້ານ ເປັນການຊ່ວຍເຫລືອວັດ ໂດຍບ່ໍຕ້ອງນຳຊາຍທີ່ໄດ້ມາກໍ່ສ້າງ ຫລື ບູລະນະສິ່ງໃດຢູ່ວັດ ກໍເຮັດໃຫ້ເກີດເປັນບຸນກຸສົນໃຫ້ແກ່ຜູ້ທີ່ມາຮ່ວມຕົບພະຊາຍ ໄດ້ເຊັນດຽວກັນ.
ສະບາຍດີ ຂອບໃຈທຸກໆທ່ານທີ່ເຂົ້າມາຮັບຊົມ ແລະ ໃຫ້ກຳລັງໃຈ
Thank you for watching
สบายดี ขอขอบใจทุกๆท่านที่เข้ามารับชม และ ติดตาม ให้กำลังใจมาด้วยดีตลอด. เขียว บ่าวลาว ขออวยพรชัยให้ทุกท่านจงมีสุขภาพที่เข้มแข็ง ประสบผลความสำเร็จในภารกิจการงาน.
สนับสนุนการเดินทาง ติดต่อได้ที่
Call:+85620 9116 6812
WhatApp: +85620 9116 6812
Line ID: khiew_kbl
#ปีใหม่ลาว #สงกรานต์ #laos Lao New Year #ນາງສັງຂານ 2024 #เที่ยวลาว#สงกรานต์ #ประเทศลาว #Vientiane #เขียวบ่าวลาว #Laos #เวียงจันทน์ #visitlaoyear2024 #นางสังขาร #หลวงพระบาง
Негізгі бет laos: แปลกกว่าทุกปี บุญใหญ่ ก่อเจดีย์ทราย หลวงพระบาง ปี2024
Пікірлер: 38