ເພງ: ຢ່າລືມເອົາຄວາຍເຂົ້າແລ່ງ
ສິນລິປິນ: ຈ່ອຍນ້ອຍ ແກ້ວລາສີ
ແຕ່ງໂດຍ: ຈ່ອຍ ແກ້ວລາສີ
ດົນຕຣີ: ອຈ ຊຽງທ່າແຂກ
ຫ້ອງອັດສຽງ: ອຈ ໃຈ ທ່າແຂກ
ກຣາຟິກໂດຍ: ມະຫາສານ ມີເດ່ຍ
ບຸນບ້ານເຮົາ ຕ້ອງມີເມົາມີມ່ວນ
ມ່ວນເຮົາມ່ວນ ຊຸມຊຽນເຫຼົ້າຂາວ
ເປີດເພງຂື້ນ ແລ້ວກໍ່ພາກັນຍ່າວ
ຊຽນເຫຼົ້າຂາວ ເຮົາມາມ່ວນມາມັນ
ຊຸມຜູ້ສາວ ເພິ່ນແຮງຫ່າວແຮງມ່ວນ
ມ່ວນເພິ່ນມ່ວນ ມ່ວນແລ້ວກະມັນ
ສະອອນເດ ສາວໃສ່ໂສ້ງຂາສັ້ນ
ມາເປັນແຟນກັນ ກັບອ້າຍບໍຜູ້ສາວ
ຍ່າວເຮົາຍ່າວເຮົາຍ່າວ ຊຸມເຮົາມັກມ່ວນ
ມ່ວນກັນມ່ວນ ມ່ວນແລ້ວກະຍ່າວ
ບຸນບ້ານເຮົາ ມີແຕ່ຊຽນເຫຼົ້າຂາວ
ແຕ່ຢ່າລືມຄາວ ລືມເອົາຄວາຍເຂົ້າແລ່ງ
ຮອດຍາມແລງ ຮອດຍາມເອົາຄວາຍເຂົ້າແລ່ງ
ຖ້າເມົາແຮງໆ ໃຜຊິເອົາຄວາຍເຂົ້າແລ່ງ
ບອກໃຫ້ຮູ້ ເມົາແລ້ວຊິໝິດແຮງ
ຍາມເອົາຄວາຍເຂົ້າແລ່ງ ໃຜແຫລະຊິງົມ
ເພື່ອການສືບສານແລະເອກອ້າງ ຄວາມສາມາດໃນການສ້າງສັນ ສິນລະປະວັດທະນາທຳທ້ອງຖິ່ນ ເມືອງ ໜອງບົກ ແຂວງ ຄຳມ່ວນ ປະເທດ ລາວ ໂດຍສະເພາະ ລຳມະຫາໄຊ ພວກເຮົາລູກຫລານ ຊາວເມືອງ ຫນອງບົກ ຂໍລວບລວມ ເອົາບຸກຄົນແລະຜົນງານທີ່ ສ້າງສັນຂື້ນໃນແຕ່ລະຊ່ວງເວລາ ບັນທຶກເປັນຜົນງານ ໄວ້ໃຫ້ລູກຫລານຈາລຶກ ສືບສານມູນເຊື້ອອັນດີງາມ ຕໍ່ໄປ
ດ້ວຍ ສີມືຂອງ ຄົນ ຫນອງບົກ
คน หนองบก
Produce by Nongbok people
Негізгі бет ຢ່າລືມເອົາຄວາຍເຂົ້າແລ່ງ ຈ່ອຍນ້ອຍ ແກ້ວລາສີ Lyrics จ่อยน้อย แก้วลาสี
Пікірлер: 1