BIGPOM Officials
ໃຜເຮັດເຈົ້າປ່ຽນ (ใผเฮ็ดเจ้าเปลี่ยน) - BIGPOM (Official MV)
bfan.link/BIGP...
Lyrics: BIGPOM
Arrange: BIGPOM & HEO VVK
Beat prod: HEO VVK
MIX & MASTER:HEO VVK
Guitar: Pao Laser
MV PRODUCTION By: Jame Uno
Lyrics lao
ໄດ້ຂ່າວວ່າເຈົ້າໄປຢູ່ເມືອງໃຫຍ່
ໄດ້ຂ່າວວ່າເຈົ້າໜີຈາກບ້ານໄປ
ໄດ້ຂ່າວວ່າເຈົ້າຢູ່ສຸກສະບາຍ
ລືມຄົນຂ້າງກາຍ ລືມອ້າຍໄປແລ້ວ
V1
ເຈົ້າລືມ ເຈົ້າລືມສັນຍາ
ລືມຄຳວາຈາ ທີ່ເຄີຍໃຫ້ໄວ້
ເຈົ້າຈາກ ເຈົ້າຈາກ ອ້າຍໄປ
ລືມຄົນຂ້າງກາຍ ຈາກໄປບໍ່ຫວນ
ເຈົ້າລືມສັນຍາປີກ່ອນ ລືມຕຽງເຄີຍນອນ ລືມໝອນເຄີຍໝູນ
ເຈົ້າໄປຢູ່ກັບຄົນອື່ນ ອ້າຍນອນສະອື້ນ ນອນກືນນຳ້ຕາ…
ເຈົ້າບອກເຈົ້າຈະກັບຄືນມາ ອີກບໍ່ດົນດອກໜາໃຫ້ອ້າຍຖ້າເຈົ້າກ່ອນ
ຕ້ອງຖ້າເຈົ້າອີກເທົ່າໃດ ໂອຍແມ່ຊາມໄວ ນີ້ສາມແລ້ວໜາ
ປີກ່ອນບອກຈະກັບຄືນມາ ປີກ່ອນບອກຈະກັບຄືນມາ
ປ່ອຍໃຫ້ອ້າຍຖ້າສາມປີຜ່ານໄປ
Chorus:
ໃສວ່າຊິກັບມາ ໃສວ່າຊິຮັກກັນ
ໃສວ່າຊິບໍ່ປ່ຽນຜັນ ຄຳໝັ້ນສັນຍາ
ໃສວ່າຊິບໍ່ລືມ ໃສວ່າຈະຄືນມາ
ຮ້ອງໃຫ້ມີນຳ້ຕາ ຄິດຮອດທຸກຄືນ
ໃຜເຮັດເຈົ້າປ່ຽນໄປ ໃຜປ່ຽນໃຈນ້ອງນາງ
ເຈົ້າລືມຄົນຮ່ວມທາງ ຮ່ວມສ້າງນຳກັນ
ໃຜເຮັດເຈົ້າປ່ຽນຜັນ ເຮັດໃຈເຈົ້ານັ້ນປ່ຽນໄປ
Lam:
ເຈົ້າບອກມື້ງາມຍາມດີ ວັນທີ3ເດືອນ4 ເຈົ້າຈະກັບຄືນມາ
ເຈົ້າບອກອ້າຍກ່ອນຈະລາ ຢ່າລືມສັນຍາທີ່ເຄີຍໃຫ້ໄວ້
ສຸດທ້າຍເຈົ້າເປັນຄົນບອກ ເຈົ້າເປັນຄົນລືມ ເຈົ້າຖິ້ມອ້າຍໄປ
ເຈົ້າປ່ອຍອ້າຍນອນຮ້ອງໃຫ້ ເຈັບຈົນປາງຕາຍ
ບໍ່ມາຫຼຽວແລ
ຄຳສັນຍາ ເຄີຍເວົ້າ ເຄີຍເວົ້າ ຊິຮັກຈົນເຖົ້າແກ່
ຄຳສັນຍາ ເຄີຍເວົ້າ ເຄີຍເວົ້າ ຊິຮັກຈົນເຖົ້າຈົນແກ່
ບາດນີ້ຄືມາແພ້ເສດຖີເງິນຫຼາຍ
ຍ້ອນວ່າອ້າຍ ວ່າອ້າຍ ນີ້ບໍ່ລວຍຄືເຂົາ
ນ້ອງກະເລິຍຢາກເຊົາ ຖິ້ມອ້າຍໄປຈ້ອຍ
ຖິ້ມອ້າຍໜີ|~~~ ໄປກັບເຂົາຈ້ອຍ
#ໃຜເຮັດເຈົ້າປ່ຽນ #ມາໄກໄດ້ພຽງເທົ່ານີ້ #bigpom #ใผเฮ็ดเจ้าเปลี่ยน #ຄຳສັນຍາເຄີຍເວົ້າ
Негізгі бет ໃຜເຮັດເຈົ້າປ່ຽນ (ใผเฮ็ดเจ้าเปลี่ยน) Phai Het Jao Pien - BIGPOM (Official MV)
Пікірлер: 201