ແຕ່ງໂດຍ : ອາຈານ ວັນນະສີ (ຈ່ອຍ)
ສິນລະປິນ : ລອນນີ່ ນິລັນດອນ
ດົນຕຣີ : ແສງໄຟ ສະຕູດີໂອ
ອັດແລະມິກສຽງ : ອາຈານ ວັນນະສີ (ຈ່ອຍ)
ຖ່າຍທຳຕັດຕໍ່ : ອາຈານຄຳໄຫລ ສະຕູດີໂອ
.............................///.................................
ເນື້ອເພງ: ເຊີນທ່ຽວແຂວງອຸດົມໄຊ
ຄວາມມີສະເໜ່ ບໍ່ໄດ້ອວດເອ້ຕໍ່ໃຜ
ແຂວງອຸດົມໄຊ ມີສິ່ງສົນໃຈຂາຍຢ່າງ
ຫາກໃຜໄດ້ມາ ນັບວ່າເປັນບຸນນ້ຳທາງ
ເມືອງໄຊດັ່ງແສງສະຫວ່າງ ໃຈກາງແຫ່ງທາງພາກເໜືອ
ວັດທະນະທຳ ຮີດຄອງປະເພນີ
ຊາວເມືອງທຸກຄົນໃຈດີ ມີມິດໄມຕຣີຕໍ່ກັນ
ແຂກໄປໄທມາ ເອີ່ຍວາຈາຜູກມິດສຳພັນ
ເມືອງໄຊເໝືອນແດນສະຫວັນ ດັ່ງວິມານຜູ້ຄົນໄຝ່ຫາ
ນ້ຳກັດຢໍລາປາ ເຊີນທຸກຄົນມາຢ້ຽມ...ຍາມ
ທິວທັດສວຍງາມ ມີນ້ຳຕົກຕາດໂຕນຜາ
ເມືອງຫລາງາມລ້ຳ ພະເຈົ້າສິງຄຳສັດສິດແທ້ໜາ
ສຽງຂັບລື້ເມືອງແບງລືຊາ ໄປທ່ຽວເມືອງງາກິນໝາກພ້າວຫວານ
ຍັງມີເມືອງນາໝໍ້ ໄດ້ສ້າງກໍ່ເປັນເມືອງພັດທະນາ
ຕາດຕະແລເມືອງຮຸນນັ້ນໜາ ຊ່າງສວຍງາມຕາໜ້າອັດສະຈັນ
ນ້ຳຂອງຍາມແລງ ທີ່ເມືອງປາກແບງ ສົດສວຍລາວັນ
ທຳມະຊາດສ້າງມາແຕ່ງປັ້ນ ຂໍເຊີນທຸກທ່ານມາທ່ຽວ....ອຸດົມໄຊ
..........................//.........................
❌ຫ້າມບຸກຄົນໃດນຳວີດີໂອເພງນີ້ໄປລົງຊ່ອງອື່ນໂດຍບໍ່ໄດ້ຮັບອະນຸຍາດ
✅ທ່ານສາມາດຕິດຕໍ່ງານສະແດງໄດ້ທີ່ເບີໂທແລະແອັບ 02058055560 ; 02055647697
Негізгі бет ເຊີນທ່ຽວແຂວງອຸດົມໄຊ ລອນນີ່ ນິລັນດອນ เชิญเที่ยวแขวงอุดมไช รอนนี่ นิรันดร
Пікірлер: 225