Life in Laos: วัดป่าพระบาทภูเขาควาย ดินแดนศักดิ์สิทธิ์และเร้นลับ
ดินแดนศักดิ์สิทธิ์และเร้นลับเมืองลาว ความเป็นมาภูเขาควายที่คนไทยรู้จักส่วนใหญ่จะรู้จักจากคำบอกเล่าจากพระธุดงธ์ที่จะเดินทางเข้าไปภูเขาควายเพื่อทดสอบกำลังใจและเพื่อการฝึกจิต ให้มีกำลังเข้มแข็งแก่กล้ามากยิ่งขึ้น
พระธุดงธ์ที่คนไทยรู้จักเป็นอย่างดีก็คือหลวงปู่มั่น ซึ่งในสมัยท่านแล้วการเดินทางไปสถานที่แห่งนีลำบากเป็นอย่างยิ่ง และก็เป็นสถานเร้นลับที่น้อยคนนักจะเข้าไปถึงได้ ไม่ว่าภัยจากคน จากภูตผี วิญญาณ อสุรกาย ต่างๆ สถานที่นี้มีครบ มีให้ลองทุกอย่าง
หลวงปู่มั่นท่านมาพักที่แห่งนีโดยพักที่ถ้ำพระ และโปรดวิญญาณต่างๆ ให้เป็นสัมมาทิฐิ นอกจากหลวงปู่มั่นแล้วยังมีพระธุดงธ์อีกหลายท่านที่มาที่นี้ ซึ่งบางท่านจะมาประจำโดยมีทหารพาเข้าไป โดยท่านองค์นี้จะไปโปรดพวกบังบด หรือที่เราเรียกว่าเมืองลับแล พวกบังบดจะนินมต์ให้ท่านมาประจำ เป็นอดีตเจ้าอาวาสวัดถ้ำพระโพธิสัตว์ จ.สระบุรี ปัจจุบันท่านมรณะภาพไปแล้ว และก็มีฆราวาสบางท่านมาตัดเหล็กไหล บางท่านก็มาลองวิชาและมาเสียซีวิตไปก็หลายคน เรื่องราวย่อ ๆ ก็ภูเขาควายก็มีเท่านี้ ซึ่งถือว่าสถานที่แห่งนี้เป็นสถานที่ศักดิ์สิทธิ์
ภูเขาควายตั้งอยู่ที่บ้านนายาง เมืองทุละคมและระหว่างเมืองปากงึม แขวงเวียงจันทร์ มีพื้นที่ 2,000 ไร่ มียอดเขาหลายลูกและสามารถเข้าได้หลายทางแต่ทางที่เข้ามาได้สะดวกคือเข้ามาทางบ้านนานกคุ้ม ซึ่งมีรถสองแถวจากท่ารถสายใต้ในเมืองเวียงจันทร์มาถึงได้เลย
จากคำบอกเล่าของแม่ชี ที่ภูเขาควายบอกว่าพื้นที่แห่งนี้ได้ถูกขายให้ประเทศญี่ปุ่นแล้ว โดยทางการอนุญาติให้สร้างวัดได้แต่ห้ามขุดใช้ทรัพยากรใต้ดินซึ่งจากการสำรวจพบว่ามีแร่ธาตุที่สำคัญอยู่มากพวกญี่ปุ่นจึงมาซื้อ
ที่มาของบทความ www.facebook.c...
"
*** ວັດປ່າພະບາດພູເຂົາຄວາຍ ເປັນແຫລ່ງທ່ອງທ່ຽວທາງຈິດໃຈອີກແຫ່ງໜຶ່ງທີ່ລໍ້າຄ່າເປັນຕົ້ນແມ່ນຮອຍພະບາດ ທີ່ຕັ້ງຢູ່ໃນເຂດ “ທ່າຊ້າງ ວັງຫລວງດານໂພ, ດານໄຮ, ດອຍພະພັກ, ຖໍ້າພະບູຮານ, ຫີນຊ້າງສີ, ວັງຄ້ອງ ແລະ ວັງກ້ອງ”, ຕາມການ ບອກເລົ່າຂອງ ບັນພະບຸລຸດສືບທອດກັນມາ ຫລາຍເຊັ່ນຄົນວ່າ ສະຖານທີ່ດັ່ງກ່າວລຶກລັບຊັບຊ້ອນເປັນທີ່ເຄົາລົບ ແລະ ຢໍາເກງຂອງຜູ້ຄົນຕະຫລອດມາ. ບາງເທື່ອ ສິນດັບ ສິນເພັງ ໄດ້ຍິນສຽງຄ້ອງ ສຽງກອງດັງຂຶ້ນ, ມີແຜ່ນສີລາດານຫີນກວ້າງໃຫຍ່ ເປັນຣາຊະສີ, ມີຕົ້ນໄມ້ໃຫຍ່ນ້ອຍເກີດຕາມດານຫີນ, ບາງບ່ອນເປັນດົງໜາປ່າຕຶບ, ພູສູງຊັນເຫວເລິກ ມີໂງ່ນຫີນນ້ອຍໃຫຍ່, ຖໍ້າຮູຄູຫາມີພະພຸດທະຮູບບູຮານ ປະດິດສະຖານໄວ້, ຫ້ວຍນໍ້າລໍາທານມາຈາກອ່າງ ຢູ່ເນີນພູເຂົາຄວາຍໄຫລຜ່ານ ອ້ອມສະຖານ ທີ່ດັ່ງກ່າວ, ສອງສ່ວນສີ່ ມີນາມວ່າ: “ລໍານໍ້າທົນ”, ບໍລິເວນດັ່ງກ່າວ ເປັນເຂດແດນກວ້າງຂວາງ, ມີເງື່ອນໄຂສະດວກຂອງ ພະສົງອົງສະແຫວງຫາ ຄວາມສຸກທາງດ້ານຈິດໃຈ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງຈິດຂອງຄົນທົ່ວໄປອີກດ້ວຍ.
ວັດປ່າພະບາດພູເຂົາຄວາຍຕັ້ງຢູ່ບ້ານນາຍາງ, ເມືອງທຸລະຄົມ, ແຂວງວຽງຈັນໄປຕາມທາງເລກ 10 ປະມານ 25 ກິໂລແມັດ, ລ້ຽວຂວາ ເຂົ້າໄປຜ່ານບ້ານນານົກຂຸ້ມ ແລະ ບ້ານນາຍາງ ຕື່ມປະມານ 3 ກິໂລແມັດເຫັນປະຕູໂຂງໃຫຍ່ ຕັ້ງເຈິ້ນເຖິ້ນ ຢູ່ເບື້ອງຊ້າຍມືເຂົ້າໄປອີກບໍ່ໄກ ກໍເຖິງວັດປ່າພະບາດພູເຂົາຄວາຍແດນແຫ່ງອະຣິຍະທໍາທາງຈິດໃຈແຫ່ງໃໝ່ວ່າຊັ້ນໄດ້. ວັດດັ່ງກ່າວ, ເຖິງວ່າຫາ ກໍຄົ້ນພົບຮອຍພະບາດ ປີ 1991 ຈາກນັ້ນຕໍ່ມາໃນປີ 1997 ໄດ້ຮັບ ການສ້າງຕັ້ງຂຶ້ນ ແລະ ພັດທະນາຕະຫລອດມາ ຮອດປັດຈຸບັນນີ້.
ຜູ້ຂຽນມີໂອກາດເລາະທ່ຽວຊົມຕົວຈິງເລີຍເກັບພາບງາມໆເຫລົ່ານັ້ນມາເລົ່າຄືນ, ເມື່ອຜ່ານປະຕູໂຂງວັດລ້ຽວຊ້າຍເຂົ້າໄປທາງໃນ ຈະເຫັນອົງພະທາດ ກວມຮອຍພະບາດ, ພະທາດໜ່ວຍນີ້ ເປັນ ຮູບຈຳລອງບ່ອນພະພຸດທະອົງ ຊົງຕັດສະຣູ້, ຕໍ່ດ້ວຍທາດນ້ອຍສີ່ໜ່ວຍຢູ່ແຈ ສູງ 7 ແມັດ ທີ່ມີຮູບຊົງລວດລາຍ ແບບປານີດ ວິຈິດບັນຈົງ ແລະ ງົດງາມ, ມີສາລາໂຮງທຳຕັ້ງຢູ່ເທິງແຜ່ນຫີນດານໃຫຍ່, ມີສະຖານທີ່ຈຳລອງທີ່ພະພຸດທະອົງ ຊົງປະຣິນິບພານ, ມີພະພຸດທະຮູບໃຫຍ່ປາງໃສຍາດ, ມີສະຖານ ທີ່ຈຳລອງທີ່ພະພຸດທະອົງ ຊົງປະຖົມມະເທດສະໜາໂຜດປັນຈະວັກຄີທັງ 5 ຢູ່ເທິງດອຍພະພັກ, ພະພຸດທະຮູບຂະໜາດໜ້າຕັກ 9 ແມັດ, ປາງປະຖົມມະເທສະໜາ, ມີສວນລຸມພິນີ ຈຳລອງວັນທີ່ພະພຸດທະອົງຊົງປະສູດ. ສະຖານທີ່ສັກສິດ ທັງສີ່ນີ້ມີຈິງ ຢູ່ປະເທດເນປານ ແລະ ອິນເດຍ, ຖືວ່າຢູ່ລາວເປັນແຫ່ງທຳອິດ ແລະ ແຫ່ງທີສອງຂອງໂລກກໍວ່າໄດ້. ນອກຈາກຄວາມໜ້າ ອັດສະຈັນຂອງສະຖານທີ່ຈຳລອງ ແລະ ພະພຸດທະຮູບແຕ່ລະອົງແລ້ວ, ວັດດັ່ງກ່າວ ຍັງອ້ອມຮອບດ້ວຍທຳມະຊາດ, ປ່າຕຶບດົງໜາ, ແມ່ນໍ້າລຳທານ, ຖໍ້າ, ສັດປ່ານາໆພັນ ແລະ ເປັນເຂດຮັກສາຕົ້ນໄມ້ເຄືອເຂົາທີ່ເປັນຢາອີກດ້ວຍ.
ສະຖານທີ່ສັກສິດດັ່ງກ່າວ ເປັນບ່ອນພຸດທະສາສະໜາ ເປັນພຸດທະບູຊາ ທຳມະບູຊາ ສັງຄະບູຊາ ແລະມໍລະດົກອັນລໍ້າຄ່າ ເພື່ອໃຫ້ຊາວພຸດ ແລະ ລູກຫລານໄດ້ສັກກະຣະບູຊາ ສືບຕໍ່ໄປແລະເປັນແຫລ່ງທ່ອງທ່ຽວ ອະຣິຍະທຳ ທາງຈິດໃຈນຳອີກ...ພິເສດ ຜູ້ຂຽນເຄີຍໄດ້ຍິນວ່າ ຜູ້ຄົນທີ່ໄປກາບໄຫວ້ ບູຊາໃນສະຖານທີ່ດັ່ງກ່າວ ກັບຄືນມາເຮືອນແລ້ວຝັນດີ ແລະ ມີໂຊກໄຊ ວ່າຊັ້ນ !
ที่มาของบทความ kpl.gov.la/det...
พิกัดวัดป่าพระบาทภูเขาควาย maps.app.goo.g...
Link รูปภาพ เนื่องจากในคลิปเนื้อหาบางส่วนเปิดเผยไม่ได้เพราะผิดกฏค่ะ / pfbid0bao3fhsdd7t31xbv...
__________________________________________________
ช่องทางติดต่อของแก้วตา / Contact
Line ID / mcmxcll29
Link / line.me/ti/p/r...
IG / ____2sep.mcmxcll
Link / www.instagram....
TikTok / นักเดินทางสีเขียว
Link / www.tiktok.com....
เพจ / นักเดินทางสีเขียว - Green Travel
Link / / greentravele. .
เพจ / แบกเป้เที่ยวลาว
Link / / keawtatravel. .
"
#วัดป่าพุทธบาทภูเขาควาย #ວັດປ່າພະບາດພູເຂົາຄວາຍ
#เที่ยวลาว #laos #travel #vientiane #วิถีลาว
#วัดลาว #ศาสนาพุทธ #ภูเขาควาย #สปปลาว
Негізгі бет ครั้งแรกที่ได้มา! วัดป่าพุทธบาทภูเขาควายEp.1 ວັດປ່າພະບາດພູເຂົາຄວາຍ เวียงจันทน์ สปป.ลาว
No video
Пікірлер: 36