#เสบสดเพลงลาว#เพลงลำวงลาว#ເສບສົດເພງລາວ
ເພງ ຍ້ອນຜົວເຂົາເຮົາຈຶ່ງເຈັບ /ย้อนผัวเขาเฮาจื่งเจ็บ
ຮ້ອງໂດຍ: ດວງ ດວງພະຈັນ /ร้อง:ดวง ดวงพะจัน
ແຕ່ງໂດຍ ເຈດຕະນາ ແດນຈຳປາ ผู้แต่ง เจตนา แดนจำปา
ดนตรี อาจาร จุ๋ย ท่าแขก/ ห้องอัดเสียง อาจาร บุนมะนี
#ດວງດວງພະຈັນ
-🎤ຕ້ອງການຮ້ອງເພງນີ້ເປັນຄາຣາໂອເກະກົດໄດ້ທີ່ນີ້:
❌ຢ່ານຳເພງນີ້ໄປອັບລົງຊ່ອງອື່ນໂດຍບໍ່ມີການອະນຸຍາດ.
❌อย่านำเพลงนี้ไปใช้ด้วยเหตุผลอื่นโดยไม่ได้รับอนุญาต.
❌Do not take this song for another reason without permission.
ເຈຕະນາ ມ່ວນ Studio Copyright@05/10/2022, tel: +856209726 7898, .Reserved Copyright, ลิขสิทธิ์สงวนไว้.
ເພງ ຍ້ອນຜົວເຂົາເຮົາຈຶ່ງເຈັບ..
ເນື້ອຮ້ອງ/ທຳນອງ ເຈດຕະນາ ແດນຈຳປາ
ນັກຮ້ອງ ດວງ ດວງພະຈັນ
ດົນຕຣີ ອ.ຈ ຈຸຍ ທ່າແຂກ
ອັດ/ມິກ ອ.ຈ ບຸນມະນີ ທອງຄຳສຸກ
ຄວາມດີຂອງອ້າຍ ທຳໃຫ້ໃຈ ນ້ອງມີສັດທາ
ອ້າຍນັ້ນບອກບໍ່ມີພັນຍາ ຈຶ່ງມອບຮັກມາ ຈົນໝົດຫົວໃຈ
ເມື່ອຮູ້ທີຫຼັງ ນ້ອງນ້ຳຕາພັງ ໄດ້ແຕ່ຮ້ອງໄຫ້...
ເຈັບເຫຼືອເກີນ ທີ່ອົກຂ້າງຊ້າຍ ເປັນຕາໜ່າຍ ອ້າຍຄົນຂີ້ຕົວະ..
ຍ້ອນຫຼົງເມົາມົວ ນຳແຕ່ຜົວ ຊາວບ້ານເລື້ອຍມາ
ຜິດສິນທຳຜູ້ຄົນນິນທາ ວ່າເບິດປັນຍາ ຄຸນຄ່າໃນຕົວ
ຮັກຜົວຄົນອື່ນ ສຸດກ້ຳກືນ ກາຍເປັນຄົນຊົ່ວ
ຖືກອ້າຍຫຼອກບໍ່ມີຄອບຄົວ ຈົນຫຼົງລືມຕົວ ຮັກອ້າຍລົ້ນໃຈ
** ເກືອບເປັນບ້າຕາຍ ຮັກສະຫຼາຍ ຕ້ອງເສຍນ້ຳຕາ
ອ້າຍມີ ຄອບຄົວພັນຍາ ກໍຍັງມາ ທຳໃຫ້ຫວັ່ນໄຫວ
ຫຼົງຮັກຜົວເຂົາ ທຳໃຫ້ເຮົາ ຕ່ຳຄ້ອຍນ້ອຍໃຈ
ເກີດຊາດດຽວຫາແຟນບໍ່ໄດ້ ທຸ່ມເທທັງໃຈ ກັບຄົນຫຼອກລວງ..
ສິ້ນສຸດເສຍທີ ສິ່ງບໍ່ດີ ຜິດພາດຜ່ານມາ
ໃຫ້ອ້າຍກັບ ໄປຫາພັນຍາ ຮັກໝົດລາຄາ ເພາະວ່າຖືກລວງ
ບອກລາອ້າຍໄປ ເຖິງຈະເສຍໃຈ ເຈັບຊ້ຳໃນຊວງ
ຍ້ອນຜົວເຂົາ ເຮົາຈຶ່ງບ້າປ່ວງ ຮັກຄົນຫຼອກລວງ ເໝືອນຕາຍທັງເປັນ
( ຈົບ )
Негізгі бет ย้อนผัวเขาเฮาจื่งเจ็บ/ดวง ดวงพะจัน/ຍ້ອນຜົວເຂົາເຮົາຈຶ່ງເຈັບ/ດວງ ດວງພະຈັນ
Пікірлер: 88