ຝາກກົດໄລກົດແຊຣ໌ເປັນກຳລັງໃຈໃຫ້ພວກເຮົາສ້າງສັນຜົນງານນີ້ແດ່ເດີ
ເພງນີ້ເປັນເພງທຳອິດຂອງວົງຕິ່ງນ່ອຍໆ.
ຮວມສ້າງຜົນງານກັບຫມືນນາຜ້າໄຫມ ແລະ ບໍລິສັດຕະກຸນຄຳເພື່ອເປັນເພງປະກອບຮູບເງົາ ຝັງໃຈ.
ເພງເນື້ອຮ້ອງທຳນອງ ໂດຍ : ທ່ານ ກຸນ ຈັນທະບຸບຜາ ວົງສາຣະວັນ
ຮ້ອງໂດຍ: ໄຊຍະວົງ ຕັນດາລາ ( ກະຕ່າຍ ຕັນດາລາ )
ຮຽບຮຽງດົນຕີໂດຍ: fuu houses lpb
ຂໍຂອບໃຈສະຖານທີການຖ່າຍທຳ
ເລີກາລາວ
ເຮືອນລາຕີສະຫວັດ
++ ເນື້ອເພງ ++
ຄໍ່າເເລ້ວຈະນອນ
ກອດໝອນຄິດເຖິງ
ຢູ່ດຽວປ່ຽວດາຍ
ຄວາມຮັກຫາກ ເກີດກັບໃຜ
ສົດຊື່ນຣຶທັຍ ໃນຮັກຜູກພັນ
ສຸກທຸກພຽງໃດ
ຂວາກໜາມກັ້ນໄວ້
ມິເຄີຍໄຫວຫວັ່ນ
ຮັກເອີຍຮັກ ທີ່ເເສນຫວານ
ຮ່ວມສ້າງຝັນ ສຸກສັນລໍຄອຍ...
ຫອມກີ່ນເນື້ອອຸ່ນ
ຫອມອ່ອນລະມຸນ
ຫອມດອກຈໍາປາ
ສອງເຮົາປະສົບສາຍຕາ
ພາຊື່ນສຸກ ເເລະນອນຫລັບໃຫລ
ໃນຄວາມຝັນ
ເກັບໝູ່ດາວຮ້ອຍເປັນມະໄລ
ໂອບລ້ອມຮັກ ຝັງໃຈເຮົານັ້ນ
ເໝືອນເເຈ່ມຈັນ ວັນເພັງເຕັມດວງ .
ຮັກຝັງໃຈ
ມິໃຫ້ດວງຈິດ ເເຍກກັນ
ຮັກນັ້ນ ເພື່ອເຈົ້າຄົນດຽວ
ຖະໜອມໝັ້ນໜຽວ ທີ່ພັກພິງໃຈ
ຮັກວັງນໍ້າໃສ
ຮັກວັງນໍ້າໃຈ ອາບເຢັນຊື່ນບານ
ລໍຄອຍວັນ ເເສນນານນັບປີ
ຮັກສອງເຮົານີ້ ສຸກຂີສົມປອງ.
ວັນເວລາ ດວງຊະຕາ
ໃຫ້ມາພົບກັນ
ເຖິງຟ້າດິນ ຈະມາຂວາງກັ້ນ
ສອງເຮົານັ້ນ ຮັກດຽວຝັງໃຈ
ທະເລວ່າເລິກ ກໍຍັງ ຢັ່ງເຖິງພື້ນໄດ້
ຮັກເເສນເລິກຊຶ້ງ ຝັງໃຈ
ມິຫາສິ່ງໃດ ທຽບຮັກຮຽມເອີຍ.
Негізгі бет ຝັງໃຈ / ฝังใจ / Fungjai | ກະຕ່າຍ ຕັນດາລາ ( Official Music video )
Пікірлер: 393