ເພງ ປະກອບຮູບເງົາ ຝັງໃຈ (ອະດີດຕະຊາາດ)
ເພງນີ້ເປັນເພງຂອງວົງຕິ່ງນ່ອຍໆ.
ຮວມສ້າງຜົນງານກັບຫມືນນາຜ້າໄຫມແລະ ບໍລິສັດຕະກຸນຄຳເພື່ອເປັນເພງປະກອບຮູບເງົາ ຝັງໃຈ.
ແຕ່ງໂດຍ : ທ່ານ ກຸນ ຈັນທະບຸບຜາ ວົງສາຣະວັນ
ຮ້ອງໂດຍ: ກະຕ່າຍ ຕັນດາລາ
ຮຽບຮຽງດົນຕີໂດຍ:ລາວຈະເລີນ
#ຝັງໃຈ
#ຕີ່ງນ່ອຍໆ
ຝາກກົດໄລກົດແຊຣ໌ເປັນກຳລັງໃຈໃຫ້ພວກເຮົາສ້າງສັນຜົນງານນີ້ແດ່ເດີ
ບົດເພງ :
" ❤ ອະດີດຕະຊາດ ..."
ເນື້ອຮ້ອງທໍານອງເເຕ່ງໂດຍ :
ກຸນ ຈັນທະບຸບຜາ ວົງສາຣະວັນ
Chandra Vongsaravanh
ຂັບຮ້ອງໂດຍ : ໄຊຍະວົງ(ກະຕ່າຍ) ຕັນດາລາ
ດົນຕຣີປະກອບ : ລາວຈະເລີນ
ຜົນບຸນຜົນກໍາ................ນໍາທາງຮັກ ມາອຸທອນ
ອະດີດຕະຊາດ ປາງກ່ອນ...ຫວນຢ້ອນຮັກຫ້າມ ສອງເຮົາ
ເຄີຍຄຽງຄູ່ກັນ.................ດວງໃຈຜູກພັນ ພຽງເຈົ້າ
ເໝືອນຢົດນໍ້າຕາ ຟ້າສະອື້ນ...ຢາດຝົນ ຊຸ່ມຊື່ນ ໃຈພະສຸທາ.
ນັບແສນ ນານປີ...................ສອງເຮົານີ້ ຍັງຄົງເຝົ້າລໍ
ຈະຂໍ ລໍຮັກພຽງເຈົ້າ ...............ຮັກເຮົາ ບໍ່ຂໍແປຜັນ
ເຖິງການເວລາ ມາເກັບກ່ຽວ....ຍັງຮັກດຽວ ສະເໝີ
ຍັງຄອຍລະເມີເພີ້ຫາ..............ໂອດວງຈໍາປາ ທີ່ຮັກຮຽມເອີຍ.
ເວນກໍາ ຊະຕາ................ ຟ້າດິນ ຈະມາພາກເຮົາ
ເມກໝອກມືດ ມົວໝອງເສົ້າ
ທາງຂວກໜາມ ເຮົາຂ້າມພົ້ນໄປ
ພຽຽຮອຍຍິ້ມນັ້ນ...........ເເສນຊື່ນບານ ສຸກໃຈຫາຍເສົ້າ
ໃຈເອີຍໃຈຂອງເຮົາ........ເຝົ້າຄະນຶງ ລໍາພຶງ ເເຕ່ເຈົ້າເອີຍ !
ຫາກໃນຊາດນີ້...........ຍອດນາຣີ ມິຄຽຽຄູ່ກັນ
ຂໍໃຫ້ຊາດນັ້ນ ...............ອະທິຖານ ຢູ່ດຽວ ປ່ຽວໃຈ
ເກີດມາຊາດໃດ .............ຂໍໃຫ້ດວງຈິດ ເຮົາໃດ້ພົບກັນ
ສອງເຮົາ ຮັກຄຽງຄູ່ກັນ...ອະດີດຕະການ ຮັກ ນິຣັນເອີຍ! ❤
ໝາຍເຫດ : ເພງນີ້ ເພື່ອປະກອບບົດສະແດງລະຄອນຮູບເງົາ
" ຝັງໃຈ"
ຂໍຂອບໃຈ ເພື່ອນເຟຊບຸກ ທີ່ເຂົ້າມາກົດ like ກົດ share ເນື້ອໃນບົດເພງ ຂອງພວກຂ້າພະເຈົ້າ ເພື່ອເປັນກໍາລັງໃຈ ໃຫ້ນ້ອງໆ ທາງຫລວງພະບາງ...
Негізгі бет ອະດີດຕະຊາດ/อดีตชาติ/ a did ta zard | ເພງປະກອບຮູບເງົາຝັງໃຈ by ກະຕ່າຍ ຕັນດາລາ ( Official Music video )
Пікірлер: 377