Lyrics: BIGPOM (PHIMPHA KHAMPHAHEUANG)
Arrange: BIGPOM & HEO-VVK
Producer: HEO-VVK
Mix & Master: Airnoy Banna
Guitar: Kaiya & Bie Luanglarth
Bass: Ford
Production: UNO FILMS
Director: SOUVALIN SISOULATH
EDIT & COLOR: Jame Uno
Record: LOUK KHEI SAI MONG STUDIO
#ຍິ່ງພະຍາຍາມ #ยิ่งพะยายาม #bigpom
Lyrics
V1
ເຈົ້າໄປແສນໄກ ເຈົ້າບໍ່ກັບມາ
ເຫັນເຈົ້າທຸກຄັ້ງທີ່ຂ້ອຍຫຼັບຕາ
ແຜໃນຫົວໃຈເກີນຈະຢຽວຢາ
ມັນແຕກ ຈົນແຫຼກສະຫຼາຍ
ຢາກໜີເທົ່າໃດ ມັນກໍ່ບໍ່ພົ້ນ
ພາຍໃນຫົວໃຈມັນຍັງສັບສົນ
ບໍ່ຮູ້ຈະມີວິທີໃດ
ຈະລົບເຈົ້າອອກໄປຈາກໃຈ
Prehook:
ທໍລະມານທຸກຄັ້ງ ທີ່ຂ້ອຍຍັງຄິດເຖິງ
ຮູບສອງເຮົາຂ້ອຍຍັງເກັບໄວ້ຢູ່ທີ່ເດີມ
ມັນຄິດເຖິງ ມັນໃຈຄິດຮອດເຈົ້າເຫຼືອເກີນ
ທຸກຄວາມຊົງຈຳທີ່ມີໃຫ້ກັນ ຂ້ອຍຍັງບໍ່ລືມ
Hook:
ຍິ່ງພະຍາຍາມ ຈະລືມ ຈະເລືອນລົບມັນ
ທຸກຄວາມຊົງຈຳ ຍິ່ງເຕືອນ ຍິ່ງຈຳຝັງໃຈ
ຈະໜີເທົ່າໃດ ກໍ່ບໍ່ອາດ ຈະລົບເຈົ້າໄປ ຈາກຫົວໃຈ
ທຸກຄືນຍັງຝັນ ຍັງຈຳ ຍັງທໍລະມານ
ທຸກພາບເຫດການ ຍັງວົນ ວຽນໃນຫົວໃຈ
ເຈົ້າໄປແສນໄກ ໄປບໍ່ກັບມາຫາ ບໍ່ມີວັນເໝືອນເດີມອີກຕໍ່ໄປ
V2:
ເຫຼືອພຽງຫົວໃຈ ທີ່ແຕກສະຫຼາຍ
ເຫຼືອພຽງນຳ້ຕາທີ່ມັນຍັງໄຫຼ
ເຫຼືອພຽງຄຳລຳ່ລາ ທີ່ເຈົ້າໄດ້ເອີ່ຍ ກ່ອນຈາກໄປ…
Bridge:
ເຮັດທຸກວິທີ ຫາທຸກວິທີທາງ ເພື່ອຈະລືມພາບເຈົ້າໄປ
ແຕ່ຍັງບໍ່ມີ ບໍ່ມິວິທີໃດ ທີ່ຂ້ອຍຈະລືມ…ເຈົ້າ
Негізгі бет Музыка ຍິ່ງພະຍາຍາມ (ยิ่งพยายาม) Ying Pha Ya Yam - BIGPOM (Official MV)
Пікірлер: 162